ບົດລາຍງານການເຄື່ອນໄຫວປະຈຳ ສົກ2011-2012 ຂອງ ສນລຍ ເຂດ ຄັນໂຕ

ການເຄື່ອນໄຫວ ປະຈຳ ສົກ2011-2012 ຂອງ ສນລຍ ເຂດ ຄັນໂຕ

 

Sunday, May 20, 2012
Text Size
   

KYOTO-SHIGA AREA

Banner

HIROSHIMA AREA

Banner
We have 31 guests online

Lao student in Miyagi Pui, Toh ,Meng on lao television

Recently Added Video

Jewel of the Mekong, Laos

Where is Laos in the World

The Embassy

Banner
ກອງປະຊຸມເລືອກຕັ້ງຄະນະບໍລິຫານງານສະມາຄົມນັກສຶກສາລາວເຂດຄັນໂຕປະຈຳສົກ 2012-2013

 

ໃນວັນທີ 4 ມີນາ 2012, ສະມາຄົມນັກສຶກສາລາວ ປະຈຳເຂດຄັນໂຕ ໄດ້ເປີດກອງປະຊຸມ ເລືອກຕັ້ງ ຄະນະບໍລິຫານງານ ສະມາຄົມນັກສຶກສາລາວປະຈຳເຂດດັ່ງກ່າວ ຊຸດໃໝ່ ກໍ່ຄືສົກ 2012-2013, ທີ່ສະຖານເອກອັກຄະລະສະທູດ ລາວ ປະຈຳປະເທດຢີ່ປຸ່ນ, ນະຄອນຫຼວງໂຕກຽວ. ກອງປະຊຸມ ໄດ້ເລີ່ມຂື້ນໃນເວລາ 15:00 ໂມງ, ໂດຍການ ເປັນປະທານຂອງ ທ່ານ ບຸນແນມ ຈວງຫອມ, ເອກອັກຄະລັດຖະທູດທີ່ປຶກສາ ປະຈຳສະຖານເອກອັກຄະລັດຖະທູດ ລາວ. ເຂົ້າຮ່ວມໃນກອງປະຊຸມປະກອບມີ ຕົວແທນພະນັກງານສະຖານທູດ, ຄະນະຈຸພັກນັກສຶກສາ ເຂດຄັນໂຕ, ຄະນະບໍລິຫານ ແລະ ສະມາຊິກສະມາຄົມນັກສຶກສາລາວ ເຂົ້າຮ່ວມ 50 ກ່ວາຄົນ. ໃນກອງປະຊຸມດັ່ງກ່າວ, ທ່ານ ປະສິດທິເດດ ຫຼວງວິໄລ, ຮອງປະທານສະມາຄົມນັກສາສຶກລາວ ປະຈຳເຂດຄັນໂຕ ສົກ 2011-2012 ໄດ້ຂື້ນກ່າວສະຫຼຸບການຈັດຕັ້ງປະຕິບັດວຽກງານ ໃນໄລຍະຜ່ານມາ ພ້ອມທັງສະເໜີທິດທາງ ແຜນການໃນຕໍ່ໜ້າ. ນອກຈາກນີ້, ທ່ານ ສິດທິໄຊ ໄຊຍະວົງ, ເລຂາຈຸພັກນັກສຶກສາເຂດຄັນໂຕ ກໍ່ໄດ້ຂື້ນປະກອບຄຳເຫັນຕໍ່ກອງປະຊຸມ. ກອງປະຊຸມໄດ້ປ່ອນບັດຄັດເລືອກເອົາຄະນະບໍລິຫານງານ ສະມາຄົມນັກສຶກສາລາວ ປະຈຳເຂດຄັນໂຕ ຊຸດໃໝ່ຈຳນວນ 12 ທ່ານ, ໂດຍເລືອກເອົາ ທ່ານ ທົງໄຊ ສູວັນມະນີ ເປັນປະທານທ່ານ ນາງ ສາວິນາ ວໍລະສານ ແລະ ທ່ານ ນາງ ສົມສະຫງຽມ ສິງທຽມພອນ ເປັນຮອງເພື່ອສືບຕໍ່ຊີ້ນຳໆພາ ສະມາຊິກເຄື່ອນໄຫວ ປະຕິບັດໜ້າທີ່ຕາມພາລະບົດບາດ. ໃນໂອກາດນີ້, ທ່ານ ເຄນທອງ ນວນທະສິງ, ເອກອັກຄະລັດຖະທູດລາວ ປະຈຳປະເທດ ຢີ່ປຸ່ນ ໄດ້ໃຫ້ກຽດໂອ້ລົມຕໍ່ທີ່ປະຊຸມ ເພື່ອຊີ້ທິດເຍືອງທາງໃຫ້ແກ່ ຄະນະບໍລິຫານງານຊຸດໃໝ່ ພ້ອມສະມາຊິກ ຈົ່ງພ້ອມກັນສືບຕໍ່ພັນຂະຫຍາຍແຜນງານ ຂອງທາງສະມາຄົມໃຫ້ ປະກົດຜົນ ເປັນຈິງ ແລະ ຕັ້ງໜ້າໃນການສ້າງຜົນງານໃໜ່ທີ່ຍິ່ງໃຫ່ຍກ່າວເກົ່າ.ຫລັງຈາກນັ້ນ, ໃນເວລາ 17:30 ໂມງກອງປະຊຸມກໍ່ໄດ້ປິດລົງດ້ວຍ ຜົນສຳເລັດອັນ ຈົບ ງາມ. ນອກນີ້, ໃນຕອນຄ່ຳຂອງວັນດຽວກັນນີ້ ກໍ່ໄດ້ມີການຈັດພາເຂົ້າສາມັກຄີ ເພື່ອສະເຫລີມ ສະຫລອງ ຜົນສຳເລັດຂອງກອງປະຊຸມ ແລະ ເພື່ອເປັນການລ້ຽງສົ່ງນັກສຶກສາຈຳນວນຫນື່ງ ທີ່ສຳເລັດການສຶກສາ ແລະ ກຳລັງຈະເດີນທາງກັບປະເທດ.

 

G. Itthida

 

 
ໜັງສືແຕ່ງຕັ້ງ

 

 

 
ງານສະເຫຼີມສະຫຼອງວັນຊາດທີ 2 ທັນວາ ຄົບຮອບ 36 ປີ ທີ່ສະຖານທູດລາວ ປະຈຳປະເທດຍີ່ປຸ່ນ

ຕາງໜ້າຂອງສະມາຄົມນັກສຶກສາລາວ ທີ່ປະເທດຍີ່ປຸ່ນ ກ່າວສະແດງຄຳຄິດຄຳເຫັນ ແລະ ຄວາມຮູ້ບຸນຄຸນຕໍ່ຜູ້ນຳພັກ - ລັດ ເນື່ອງໃນໂອກາດ ວັນສະເຫຼີມສະຫຼອງວັນຊາດທີ 2 ທັນວາ ຄົບຮອບ 36 ປີ ທີ່ ສະຖານທູດລາວ ປະຈຳປະເທດ ຍີ່ປຸ່ນ (ວັນທີ 3 ທັນວາ ປີ 2011)

 

ກ່າວໂດຍ: ທ່ານ ອາຈານ ສິດທິໄຊ ໄຊຍະວົງ, ນັກຄົ້ນຄວ້າປະຣິນຍາເອກ, ມະຫາວິທະຍາໄລ ວາເຊດະ, ໂຕກຽວ, ຍີ່ປຸ່ນ.

 
AYNJ Sports Festival 2011

On October 23rd, 2011, AYNJ (ASEAN Youth Network in Japan) Sports Festival was held at JICA center in Tokyo from 9:00am to 6:00pm. The main purposes of the festival were to encourage people to enjoy playing sports and at the same time to make friendships among ASEAN people who currently live in Japan. Together with other members from 8 ASEAN countries, our LSAJ members participated in the festival.

There were three types of sports: basketball, table tennis and badminton. Players from LSAJ were as follow:

 
More Articles...
<< Start < Prev 1 2 3 4 5 6 7 8 Next > End >>

Page 1 of 8
RocketTheme Joomla Templates